วันจันทร์ที่ ๒๔ มีนาคม พ.ศ. ๒๕๕๑

ເວົ້າເຣື່ອງ "ສຍາມ, ໄທຍ, ໄທ ໃຫ້ຟັງ"

໑. ອາຍາຈັກອາຍຸທະຍານັ້ນ ເປັນອານາຈັກຂອງພວກ "ສຍາມ" ສະຖາປານາ ໒ ຄັ້ງ ຄື ພ.ສ ໑໘໙໓ ນັ້ນແມ່ນຣາມາທິບໍດີທີ ໑ (ອູ່ມອງ) ໄດ້ທຳການສະຖາປານາອານາຈັກ ອະໂຍທະຍາ ປ່ຽຍມາເປັນອາຍຸທຍາ ດ້ານຝັ່ງຕາເວັນອອກ (ສະໄໝດຽວກັບພຣະເຈົ້າຟ້າງຸ່ມຂອງເຮົາ).
໒. ສ່ວນສຸໂຂທັຍນັ້ນ ແມ່ນອານາຈັກຂອງໄທ(ບໍ່ມີໂຕ ຍ) ໃນປີ ພ.ສ ໑໗໘໑ ໂດຍຂຸນອິນທະຣາທິຕຍ໌ ແລະ ຂຸນບາງກາງທ້າວ, ຕໍ່ມາໃນ ພ.ສ ໑໘໒໒ ຂຸນຣາມຄຳແຫງກໍໄດ້ສະຖານປານາອີກ, ໃນປີ ພ.ສ ໑໙໒໑ ພຣະເຈົ້າທອງລັ່ນ ໄດ້ຍົກທັບໄປຕີເອົາ ສຸໂຂທັຍ ຂອງໄທ ໃນສະໄໝຂອງພຣະເຈົ້າ ໄສລືໄທ ສຸໂຂທັຍ ໄດ້ກາຍເປັນເມືອງຂຶ້ນຂອງອະຍຸທະຍາ (ສຍາມ) ເຫດການສອງອານາຈັກປ່ຽນແປງໄປຕາມເຫດການທາງປະຫວັດສາດ ໃນປີ ພ.ສ ໒໐໘໕ ແລະ ພ.ສ ໒໑໐໑ ທັງສອງອານາຈັກ ໄດ້ກາຍເປັນປະເທດຣາຊຂອງພະມ້າ ເລື້ອຍມາ ຈົນມາເຖິງປີ ພ.ສ ໒໓໑໐ ກໍເສັຍເອກຣາໃຫ້ພະມ້າອີກ ຈົນມາເຖິງສະໄໝພຣະເຈົ້າຕາກສິນ ໃນປີ ພ.ສ ໒໓໑໑ ກໍສະຖາປານາກຸງທົນບູຣີ ເປັນຣາຊະທານີ (ຮ່ວມສະໄໝກັບພຣະເຈົ້າສີຣິບຸນຍະສານ ລາວເສັຍເອກະຣາດໃຫ້ສຍາມ ໃນປີ ພ.ສ ໒໓໑໗ ໃນສະໄໝພຣະເຈົ້າສີຣິບຸນຍະສານນີ້ເອງ).
໓. ຕໍ່ມາໃນ ພ.ສ ໒໓໒໕ ພຣະເຈົ້າມະຫາກະສັດເສີກ ໄດ້ທຳການຣັດຖະປາຫານຂຶ້ນໃນກຸງທົນບູຣີ ຈັບເອົາພຣະເຈົ້າຕາກສິນປະຫານຊີວິດ ແລະ ຕັ້ງພຣະອົງເອງເປັນ "ພຣະພຸດທະຍອດຟ້າຈຸລາໂລກມະຫາ​ຣາຊ ຣ ໑) ແລະ ຍ້າຍນະຄອນຫຼວງຈາກບາງກອກ(ທົນບູຣີ)ແລ້ວຕັງກຸງເທບມະຫານະຄອນ ທີ່ຝັ່ງຕາເວັນອອກ, ສ້າງຕັ້ງອານາຈັກຂຶ້ນ ຊື່ວ່າ "ຣັດຕນະໂກສິນ" ໂດຍ ຖືຣືກຕາມພຣະແກ້ວມໍຣະກົດນັ້ນ. ທີ່ລາວສະໄໝນັ້ນກໍກົງກັບສະໄໝຂອງພຣະເຈົ້ານັນທະເສນ (ເປັນພຽງປະເທດຣາຊ ບໍ່ແມ່ນຫົວເມືອງຂຶ້ນ) ຈົນເຖິງສະໄໝພຣະເຈົາອະນຸວົງ(ໄຊເສດຖານທິຣາຊທີ ໓) ຄອງນະຄອນວຽງຈັນ ໃນປີ ພ.ສ ໒໓໔໗ ຈົນມາເຖິງປີ ພ.ສ ໒໓໖໙-໙໐ ລາວເສັຍເອກະຣາຊໃຫ້ແກ່ສຍາມໂດຍສິ້ນເຊິງ, ມາເຖິງຕອນນີ້ລາວກາຍເປັນ ຫົວເມືອງຂຶ້ນຂອງສຍາມເຕັມຕົວ.ໃນສະໄໝພຣະປິ່ນເກົ້າເຈົ້າຢູ່ຫົວ ຣ ໓. ຕອນນີ້ຍັງຍັງຄົງຊື່ວ່າສຍາມຢູ່.
- ນັບແຕ່ນັ້ນມາສຍາມ ກໍໄດ້ວິວັດທະນາການຕາມຍຸກຂອງການລ່າອະນານິຄົມ ລາວເອງຍັງບໍ່ທັນເຄື່ອນໄຫວ້ໃນເວທີສາກົນເທົ່າທີ່ຄວນ ເພາະອຳນາດສ່ວນໃຫຍ່ຍັງຂຶ້ນກັບສຍາມ ຈົນມາເຖິງປີ ພ.ສ ໒໔໓໗ ລາວສ່ວນໜຶ່ງຂຶ້ນກັບຝຣັ່ງ ໃນສະໄໝພຣະຈຸນຈອມເກົ້າເຈົ້າຢູ່ຫົວ ຣ.໕ ຕອນນີ້ ເຮົາຈະເຫັນວ່າຍັງເປັນປະເທດສຍາມຢູ່ ດັ່ງເຮົາຈະເຫັນສັນຍາຕ່າງທີ່ຝຣັ່ງທຳຂຶ້ນ ກ່ຽວກັບລາວຈະໃຫ້ຊື່ວ່າ "ສັນຍາຝຣັ່ງ-ສຍາມ" (ບໍ່ແມ່ນໄທຍ) ລຸເຖີງປີ ພ.ສ ໒໔໓໒ ສຍາມ ຈຶ່ງໄດ້ປ່ຽມຊື່ປະເທດມາເປັນ "ໄທຍ(ມີ ໂຕ ຍ)" ໃນສະໄໝພູມີພົນອະດູນຍະເດຊ ຣ ໙ (ປັດຈຸບັນ) ເຊິ່ງມີຫຼັກຖານດັ່ງນີ້ " อนึ่ง คำว่าสยามหมายถึงอาณาเขตของขัณทสีมา ที่ีอยู่ในความเป็นผู้ครอบครองของพระมหากษัตริย์ไทย ประเทศชื่อว่าราชอาณาจักรสยาม โดยพระบาทสมเด็จพระจอมเกล้าเจ้าอยู่หัว รัชกาลที่ 4 แห่งราชวงค์จักรี แต่ต่อมาภายใต้การนำของจอมพล ป.พิบูลสงคราม ได้เปลี่ยนชื่อสยามเป็น “ไทยแลนด์” เมื่อปี พ.ศ. 2432 และด้วยความเข้าใจผิดในอักษรโรมัน เขียนว่า Siam อ่านว่า เซียม หรือเสียม ซึ่งฝรั่งเองก็ฟังผิด สำเนียงสยามจึงถูกถ่ายทอดเป็น Siam และก็ไปตรงกับชื่อเมืองในเขมร ว่า เสียมเรียบ หรือเสียมราด โดยไม่ได้คิดถึงคำว่า “สยมภู” ซึ่งหมายถึง “แผ่นดินของพระผู้เป็นใหญ่” ຈາກນັ້ນເປັນຕົ້ນມາ ສຍາມ ກໍໄດ້ກາຍເປັນໄທຍ໌ ເປັນຕົ້ນມາ ແຕ່ບໍ່ແມ່ນ "ໄທ" ສາແລ້ວ ຄຳວ່າ ໄທ ໝາຍເຖິງ ຄົນເຜົ່າລາວທັງມວນ.
http://www.muangboranjournal.com/modules.php?name=Forums&file=viewtopic&p=319
www.sentangonline.com/sentangonline/021/textthai021@17.html


1 ความคิดเห็น:

Unknown กล่าวว่า...

ดีจังเลยครับ ได้เข้ามาบล็อกนี้แล้ว คุ้มค่ากับเวลามากๆ